About Michelin Laos image

ກ່ຽວກັບ Michelin (ມິຊລິນ) ລາວ


 

Michelin (ມິຊລິນ) ລາວໄດ້ສ້າງຕັ້ງຂຶ້ນໃນປີ 2000 ເພື່ອຮັບໃຊ້ຄວາມຕ້ອງການຂອງລູກຄ້າໃນທ້ອງຖິ່ນ ແລະ ຜູ້ບໍລິໂພກທີ່ຕ້ອງການຢາງລົດທີ່ມີຄຸນນະພາບສູງ ແລະ ປອດໄພສໍາລັບລົດຂອງພວກເຂົາ.

ຜະລິດຕະພັນທີ່ຂາຍໂດຍ Michelin (ມິຊລິນ) ລາວໃນປະຈຸບັນນີ້ລວມມີຢາງລົດສໍາລັບລົດເກງໂດຍສານ, ລົດບັນທຸກຂະຫນາດນ້ອຍ, ລົດບັນທຸກຫນັກ ແລະ ລົດເມ.

ປະຈຸບັນນີ້, Michelin (ມິຊລິນ) ລາວໄດ້ຮ່ວມມືກັບຄູ່ຮ່ວມທຸລະກິດພິເສດ ບໍລິສັດ ມວນຊົນ ຈຳກັດ ເພື່ອນຳເຂົ້າ ແລະ ຈຳໜ່າຍແຈກຢາຍຜະລິດຕະພັນຢາງລົດ Michelin (ມິຊລິນ) ໃນ ສປປ ລາວ, ຄວາມສໍາພັນທີ່ເລີ່ມຕົ້ນໃນປີ 2000 ເມື່ອຢາງລົດ Michelin (ມິຊລິນ) ຖືກເລີ່ມນໍາເຂົ້າມາສູ່ຕະຫຼາດລາວ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບການດໍາເນີນງານໃນທົ່ວໂລກຂອງ Michelin (ມິຊລິນ) ສາມາດເຂົ້າເບິ່ງ ໄດ້ທີ່ www.michelin.com

ກ່ຽວກັບກຸ່ມບໍລິສັດ Michelin (ມິຊລິນ)

ກໍ່ຕັ້ງຂຶ້ນໃນປີ 1880, ກຸ່ມບໍລິສັດ Michelin (ມິຊລິນ) ຈຳໜ່າຍຢາງລົດໃນຫຼາຍກວ່າ 170 ປະເທດ.

ກຸ່ມບໍລິສັດ Michelin (ມິຊລິນ) ຜະລິດຢາງລົດຢູ່ຫນຶ່ງໃນ 69 ໂຮງງານຜະລິດຢາງລົດຂອງພວກເຮົາໃນທົ່ວໂລກ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ສະພາບຖະໜົນສະເພາະຂອງແຕ່ລະທ້ອງຖິ່ນ.

ພະນັກງານ 114.000 ຄົນຂອງ Michelin( ມິຊລິນ) ໄດ້ມຸ້ງໝັ້ນທີ່ຈະຜະລິດຢາງລົດໃຫ້ມີຄວາມປອດໄພ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງທ່ານໃຫ້ໄດ້ຫຼາຍທີ່ສຸດ.

Michelin (ມິຊລິນ) ແມ່ນຜູ້ນໍາໃນນະວັດຕະກໍາ ແລະ ການພັດທະນາທີ່ຍືນຍົງເພື່ອການຄົມມະນາຄົມຂົນສົ່ງຂອງສິນຄ້າ ແລະ ປະຊາຊົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບກຸ່ມບໍລິສັດ Michelin (ມິຊລິນ) ແລະ ການດໍາເນີນງານໃນທົ່ວໂລກຂອງ Michelin (ມິຊລິນ) ສາມາດເຂົ້າເບິ່ງ ໄດ້ທີ່ www.michelin.com

ຈຸດປະສົງຂອງພວກເຮົາ - ຂັບເຄື່ອນສູ່ອະນາຄົດທີ່ດີກວ່າ

ເນື່ອງຈາກພວກເຮົາເຊື່ອວ່າການຄົມມະນາຄົມແມ່ນສິ່ງຈໍາເປັນສໍາລັບການພັດທະນາມະນຸດ, ພວກເຮົາຈຶ່ງຄິດຄົ້ນຢ່າງຕໍ່ເນື່ອງເພື່ອເຮັດໃຫ້ການຄົມມະນາຄົມມີຄວາມປອດໄພ, ມີປະສິດທິພາບ ແລະ ເປັນມິດຕໍ່ສິ່ງແວດລ້ອມເພີ້ມຂຶ້ນເພື່ອຜູ້ຊົມໃຊ້ທົ່ວໂລກ.

ພວກເຮົາມີຄວາມຕັ້ງໃຈຢ່າງເຕັມທີ່ທີ່ຈະນຳສະເໜີຢາງລົດທີ່ມີຄຸນນະພາບສູງສຸດໃຫ້ລູກຄ້າຂອງພວກເຮົາ ເພາະນີ້ເປັນສິ່ງທີ່ພວກເຮົາໃຫ້ຄວາມສໍາຄັນທີ່ສຸດ.

ປະຫວັດຂອງກຸ່ມບໍລິສັດ Michelin (ມິຊລິນ)

ອ້າຍນ້ອງ Michelin (ມິຊລິນ), André  (ອອງເດຣ) ແລະ Edouard (ເອດົວ) ເລີ້ມຕົ້ນການປະຈົນໄພອັນຍິ່ງໃຫຍ່ຂອງມະນຸດ ແລະ ອຸດສາຫະກໍາ ທີ່ປະເທດຝຣັ່ງ ໃນປີ 1889 - ເພື່ອທີ່ຈະພັດທະນາວິທີການຂົນສົ່ງທີ່ທັນສະໄໝທີ່ຈະຊ່ວຍເພີ້ມອິດສະລະພາບ ແລະ ການພັດທະນາເສດຖະກິດ ໂດຍຜ່ານການນຳໃຊ້ນະວັດຕະກໍາໃໝ່ໆຍ່າງບໍ່ຢຸດຍັ້ງ.

ນັບຕັ້ງແຕ່ນັ້ນມາ, ຊື່ຍີ່ຫໍ້ Michelin (ມິຊລິນ) ໄດ້ຖືກເຊື່ອມໂຍງກັບອຸດສາຫະກໍາຕ່າງໆ ແລະ ການຄົ້ນພົບຄັ້ງທໍາອິດຂອງໂລກຂອງຫຼາຍໆສິ່ງ ຍົກ​ຕົວ​ຢ່າງເຊັ່ນ: ຢາງລົດຖີບເສັ້ນທໍາອິດທີ່ສາມາດຖອດອອກໄດ້ໃນປີ 1891, ທາງແລ່ນລາດຢາງ ຂຶ້ນ-ລົງຂອງເຮືອບິນເສັ້ນທໍາອິດຂອງໂລກໃນປີ 1916, ຢາງລົດທີ່ມີໂຄງສ້າງແບບໃຍເຫຼັກ (Radial) ເສັ້ນທໍາອິດຂອງໂລກໃນປີ 1946.

ສໍາລັບປະຫວັດສາດຂອງກຸ່ມບໍລິສັດ Michelin (ມິຊລິນ) ສາມາດເຂົ້າເບິ່ງ ໄດ້ທີ່ www.michelin.com

You are using an unsupported web browser
You are using a website browser that is not supported by this website. This means that some functionnality may not work as intented. This may result in strange behaviors when browsing round. Use or updgrade/install one of the following browsers to take full advantage of this website